ປະຫວັດຄວາມເປັນມາ

ຄະນະວິທະຍາສາດອາຫານ ສ້າງຕັ້ງຂຶ້ນໃນປີ ຄສ 2015 ພາຍໃຕ້ ມະຫາວິທະຍາໄລສະຫວັນນະເຂດ ວິທະຍາເຂດໜອງຜື ນະຄອນ ໄກສອນ ພົມວິຫານ ແຂວງ ສະຫວັນນະເຂດ. ມີອາຄານຮຽນ ແລະ ສື່ການຮຽນ-ການສອນທີ່ທັນສະໄໝ. ເຊິ່ງໄດ້ກຳນົດຄາດ ໝາຍຜົນການຮຽນຂອງຫຼັກສູດທີ່ເນັ້ນໃສ່ການດຳເນີນທຸລະກິດ ການຜະລິດກະສິກຳສູ່ການແປຮູບຜະລິດຕະພັນ ຫັນອອກສູ່ການ ຕະຫຼາດ ແລະ ການສົ່ງເສີມ ໃນການພັດທະນາເສດຖະກິດຊຸມຊົນ ແລະ ທ້ອງຖິ່ນ.